top of page
Search

ໄປຮອດປາກເຊ ບໍ່ຮູ້ຈະໄປໃສ ມາຕາດຜາສ້ວມ

  • Writer: Oley SPV
    Oley SPV
  • Aug 6, 2018
  • 1 min read

Updated: Aug 7, 2018

ບາງຄົນໄປຮອດປາກເຊ ເວລາກະເທີນ, ຮອດ 3-4 ໂມງແລງ ບໍ່ຮູ້ຈະໄປໃສ,​ ເພາະຄືດັ່ງທີ່ຮູ້ວ່າ ສະຖານທີ່ທ່ອງທ່ຽວແຕ່ລະບ່ອນຂອງແຂວງຈຳປາສັກນັ້ນ ໄກກັນສຸດໆ ແນະນຳມາແວ່ຕາດຜາສ້ວມ, ບໍ່ໄກ້ລະກະບໍ່ໄກຈາກຕົວເມືອງປາກເຊ


ບັນຍາກາດຄ້ອຍຄ່ຳຍາມແລງທີ່ຕາດຜາສ່້ວມ

ຕາດຜາສ້ວມ ຫ່າງຈາກຕົວເມືອງປາກເຊບໍ່ໄກ, ຂັບລົດໄປທາງທີ່ຈະໄປປາກຊ່ອງ, ກາຍໂຮງງານກາເຟດາວເຮືອງໄປເລັກໜ້ອຍ ຈະເຈິ 3 ແຍກ, ໃຫ້ລ້ຽວຊ້າຍ, ຂັບໄປເລື້ອຍໆ ຈະມີປ້າຍບອກໃຫ້ລ້ຽວຊ້າຍເຂົ້າໄປ ກໍ່ຈະເຈິຕາດດັ່ງກ່າວ

ສ້ວມ ໃນພາສາລາວເອີ້ນວ່າຫ້ອງ, ເຊັ່ນວ່າ: ສ້ວມນອນ, ສ້ວມຖ່າຍ... ແລ້ວຕາດນີ້ ເປັນລັກສະນະນ້ຳໄຫຼລົງມາຕົກລົງໂງ່ນຫີນ ທີ່ມີລັກສະນະຄືຫ້ອງ ຈຶ່ງເປັນທີ່ມາຂອງຄຳວ່າ ຕາດຜາສວ້ມ

ພາຍໃນບໍລິເວນຕາດຈະມີຫຼາຍໆມຸມໃຫ້ເຮົາຕິດຕາມ,​ ເປັນຕົ້ນແມ່ນມີຮູບປັ້ນຊ້າງ, ມີຂົວໄມ້ໃຜ່ຂ້າມນ້ຳ, ມີເຮືອນຕົ້ນໄມ້, ມີເຮືອນຊົນເຜົ່າ, ມີຕາດນ້ອຍທີ່ຢູ່ລຸ່ມ ເອີ້ນວ່າຕາດເງາະ...


ອ່ານຕໍ່ໄດ້ໄວໆນີ້

 
 
 

Comments


© 2018 by SPVservices. 

  • b-facebook
  • Instagram Black Round
  • YouTube Social  Icon
bottom of page