ເບິ່ງທະເລໝອກທີ່ສາລາຄຳ ພູຄູນ
- Oley SPV

- Aug 6, 2018
- 1 min read
Updated: Aug 7, 2018
ຊ່ວງທ້າຍປີ, ໃຜທີ່ມັກອາກາດແບບໜາວໆ ເຢັນໆ ຄາງກະໄຕສັ່ນ.. ແນະນຳມາເບິ່ງຊົມທະເລໝອກທີ່ສາລາຄຳພູຄູນນຳກັນ

ໄກ້ເຂົ້າມາແລ້ວກັບຊ່ວງທ້າຍປີ, ທ້າຍປີນີ້ບໍ່ຮູ້ຈະໄປໃສ ເຮົາຂໍແນະນຳອີກສະຖານທີ່ໜຶ່ງທີ່ມາແນະນຳ ນັ້ນກະແມ່ນສາລາຄຳພູຄູນ, ເຊິ່ງບັນຍາກາດບອກເລີຍວ່າ ງານນີ້ມີສົບແຫຼ້ ສົບກ່ຳແນ່ນອນ ກັບອຸນຫະພູມທີ່ເຢືອກເຢັນ ລົມພັດຕະຫຼອດໝົດມື້.
ໜີຄວັນລົດ, ຄວາມວຸ້ຍວາຍ ເກັບກະເປົາຂີ່ລົດໄປນອນກາງເຕັ້ນ ເບິ່ງດາວ, ເບິ່ງທະເລໝອກກັນດີກວ່າ
ສາລາຄຳພູຄູນ ຫ່າງຈາກນະຄອນຫຼວງວຽງຈັນໄປທາງເລກ 13 ເໜືອປະມານ 250 ກິໂລແມັດ, ເຊິ່ງຕັ້ງຢູ່ເມືອງພູຄູນ, ແຂວງ ຫຼວງພຣະບາງ. ໃຊ້ເວລາປະມານ 5 ຊົ່ວໂມງໃນການໄປເຖິງ. ພູຄູນເປັນສະຖານທີ່ທີ່ອາກາດດີ, ໜາວເຢັນຕະຫຼອດປີ ອຸນຫະພູມສະເລ່ຍຕໍ່ປີ ບໍ່ກາຍຮອດ 25 ອົງສາ.
ໄປຮອດ ລະຫວ່າງທາງຢ່າລືມຫາຊື້ຂອງກິນ ໄປເຮັດກິນ ຢາກກິນຫຍັງກໍ່ຊື້ໄປ
ເມື່ອໄປຮອດກໍ່ກະກຽມຫາສະຖານທີ່ທີ່ເໝາະສົມ, ກາງເຕັ້ນ ແລ້ວ ຫາມຸມທີ່ນັ່ງຈຸ້ມກັນເປັນໝູ່ຄະນະຫຼິ້ນໄດ້, ຕ້ອງຢ້ຳເລີຍວ່າອາກາດມັນເຢັນຫຼາຍ, ສະນັ້ນເຮົາຄວນຫາເສື້ອຜ້າໜາໆ ອຸ່ນໆມານຸ່ງ ແລະ ຫາແນວບັງລົມໄປນຳຍິ່ງດີ ເພາະລົມພັດແຮງຫຼາຍ ຂໍຢ້ຳວ່າແຮງສຸດໆ ແລະ ກະໜາວສຸດໆ
ອ່ານຕໍໄວໆນີ້





Comments