top of page
Search

ຈິງຫຼືບໍ່ທີ່ເຮົາສາມາດໃຊ້ Apple Watch ວັດແທກໂລກຫົວໃຈໄດ້ ?

  • Writer: Oley SPV
    Oley SPV
  • Sep 19, 2018
  • 1 min read

ຫຼັງຈາກການເປີດໂຕ Iphone ລຸ້ນໃໝ່ຂອງປີ 2018 ທີ່ຜ່ານມາ, ໄດ້ເຮັດໃຫ້ສາວົກໄອໂຟນ ພາກັນກຽມເງິນຊື້ໂທລະສັບໜ່ວຍໃໝ່ກັນໄປຫຼາຍເຕີບ ເພາະໄດ້ຍິນມາວ່າຖືກໃຈເລື່ອງນະວັດຕະກຳໃໝ່ ຄືໃສ່ 2 ຊິມໄດ້ J ແຕ່ນັ້ນບໍ່ແມ່ນປະເດັນຫຼັກ, ໃນມື້ເປີດໂຕ ທີ່ເຮັດໃຫ້ມີສຽງຮືຮາບໍ່ນ້ອຍໜ້າກັບໂທລະສັບ ໃຫ້ແກ່ຜູ້ຊົມ ແລະ ນັກຂ່າວທັງຫຼາຍນັ້ນ ຄື Apple Watch 2018 ນອກເໜືອຈາກການປັບໂສມຮູບຮ່າງໃໝ່ໃຫ້ດູດີຂື້ນແລ້ວ ຍັງມີຟັງຊັ້ນແຈ້ງເຕືອນການລົ້ມ ແລະ ການວັດແທກຄ່າ ECG ເຊິ່ງ ທາງ apple ໂຄແລ້ວໂຄອີກວ່າ ມັນສາມາດວັດແທກໂລກຫົວໃຈໄດ້ ໂດຍທີ່ເຮົາບໍ່ຕ້ອງໄປໂຮງໝໍ !!


ກ່ອນອື່ນເຮົາມາທຳຄວາມເຂົ້າໃຈວ່າ ECG ແມ່ນຫຍັງ ?


ECG ຫຍໍ້ມາຈາກ Electrocardiogram ບາງປະເທດເອີ້ນວ່າ EKG ຫຼື elektrokardiogramm ທີ່ມາ ແມ່ນມາຈາກພາສາເຢຍລະມັນ. ຖ້າຄົນທີ່ເຮັດອາຊີບໝໍ ຄືຈະຮູ້ໝົດລະ, ສຳລັບຄົນທີ່ເຄີຍຢູ່ໄກ້ຊິດຕິດແທດກັບຄົນທີ່ເປັນໂລກຫົວໃຈອາດຈະໄດ້ຍິນໆມາແລ້ວ. ການກວດຫາຄ່າ ECG ຈະຊ່ວຍໃຫ້ໝໍສາມາດວິເຄາະໂລກທີ່ອາດເກີດຂື້ນກັບຫົວໃຈຂອງຄົນເຮົາໄດ້, ໂດຍການວັດແທກ ECG ນັ້ນຈະຕ້ອງໄດ້ໃຊ້ຄື້ນແມ່ເຫຼັກໄຟຟ້າກວດສອບ ແລະ ຕິດຕາມຈຸດຕ່າງໆຂອງຮ່າງກາຍຄົນເຈັບ, ເຊິ່ງອຸປະກອນນັ້ນຈະເປັນເສັ້ນຂົ້ວໄຟຟ້າລະຫວ່າງຂົ້ວບວກ ກັບຂົ້ວລົບ ຈັບກັນເປັນຄູ່ໆ ພາສາທາງແພດໝໍເອີ້້ນວ່າ “lead” ຄູ່ໜຶ່ງຈະເອີ້ນວ່າ lead 1 ແລະຈະເປັນສາຍເປັນຈຸດ ໄປຕິດໄວ້ຫຼາຍໆຕຳແໜ່ງຂອງຮ່າງກາຍ ຈົນຄົບ 12 ສາຍ ຫຼື 12 lead .

ໂດຍສາຍດັ່ງກ່າວນີ້ມີໜ້າທີ່ສົ່ງຄື້ນໄຟຟ້າຜ່ານຫົວໃຈ ເຊິ່ງຊ່ວຍໃຫ້ໝໍເຫັນສະພາບຄວາມຜິດປົກກະຕິ, ການເຕັ້ນຂອງຫົວໃຈ ຫຼື ກາຍຂະຫຍາຍຕົວຂອງຫົວໃຈ ແລະ ພາວະຜິດປົກກະຕິຂອງການເຕັ້ນຫົວໃຈໄດ້.

ສັງເກດເບິ່ງຮູບເບຶ້ອງຂວາ, ການວັດແທກຫົວໃຈ ECG ໃນໂຮງໝໍ, ໝໍຈະວາງເປັນຈຸດເພື່ອວິເຄາະໃນການວັດແທກ.


ແລ້ວ apple watch 2018 ນີ້ສາມາດກວດແນວນີ້ໄດ້ແບບໂຮງໝໍ ?

ຄຳຖາມນີ້ເກີດຂື້ນທັນທີ ຫຼັງຈາກທາງ apple ບອກວ່າກວດໄດ້, ຈຶ່ງມີການໄປຊອກຂໍ້ມູນ ແລະ ມາສົມທຽບໃສ່ກັບການວັດແທກແບບໝໍຈຶ່ງໄດ້ຮູ້ຄວາມກະຈ່າງແຈ້ງດັ່ງນີ້: Apple watch ຈະໃຊ້ກົນໄກກວດສອບແບບ single-lead ຄືເອົາງ່າຍໆມີພຽງ lead ດຽວນັ້ນລະ,​ ປົກກະຕິ ຄືດັ່ງອະທິບາຍມາຂ້າງເທິງນັ້ນການກວດ ECG ຕ້ອງກວດທັງໝົດ 12 lead, ແຕ່ທາງ apple watch ນັ້ນມີ lead ດຽວ, ເຊິ່ງໂຕໂມງນັ້ນຈະຮັບກະແສໄຟຟ້າຈາກແຂນຊ້າຍມາເປັນເປັນຂົ້ວບວກ, ແລະ ປຸ່ມທີ່ໄວ້ໃຫ້ຄົນແປະນັ້ນຈະເປັນມືຂວາຂອງເຮົາໄປແປະແມ່ນຂົ້ວລົບ,​ເຊິ່ງການກວດກໍ່ງ່າຍແສນງ່າຍຄືຜູ້ໃຊ້ສາມາດເອົາມືໄປແປະກັບປຸ່ມຂ້າງໆນັ້ນໄວ້ 30 ວິລະບົບກໍ່ຈະປະມວນຜົນ ແລະ ສະແດງຜົນອອກມາຜ່ານແອັບ health ເລີຍທັນທີ.


ວົງການແພດໝໍ ແຕ່ລະປະເທດສະແດງຄວາມເປັນຫ່ວງ.

ໃນເມື່ອ apple ອອກມາເວົ້າແບບນີ້, ແລະ ສຶກສາຂໍ້ມູນດີດີແລ້ວເຫັນວ່າມັນອາດມີຄວາມຊັດເຈນຄືດັ່ງ ອຸປະກອນກວດໃນໂຮງໝໍບໍ່ໄດ້, ເພາະພຽງແຕ່ໃຊ້ lead ດຽວກວດ, ແຖມຍັງພຽງແຕ່ໄຊ້ນີ້ວມືກວດ,​ໝາຍຄວາມວ່າຈັບຈຸດໄດ້ແຕ່ນີ້ວມື້ຊື່ໆ, ເຊິ່ງໃນຄວາມເປັນຈິງອຸປະກອນກວດນັ້ນຈະກວດຫຼາຍຕຳແໜ່ງ ເອົາແຕ່ລະຈຸດມາວິເຄາະຄື ຈຸດທີ່ຫົວໃຈສົ່ງເລືອດໄປຫາແຂນ, ໄປຂາ, ໄປຫາສ່ວນຕ່າງໆຂອງຮ່າງກາຍ, ລວມໆຂໍ້ມຸນທັງໝົດມາວິເຄາະແລະ ປະມວນຜົນ. ເລີຍເຮັດໃຫ້ວົງການແພດໝໍແຕ່ລະປະເທດສະແດງຄວາມເປັນຫວ່ງເຖິງສາວົກທັງຫຼາຍ ວ່າ ຢ້ານມື້ໜຶ່ງຈະມີຄົນເຊື່ອແຕ່ໂມງ ຈົນບໍ່ຍອມໄປກວດຢູ່ໂຮງໝໍ, ບາງທີໂມງວິໃຈຜິດວ່າເຮົາເປັນໂລກຫົວໃຈເຮັດໃຫ້ຄົນໃສ່ກັງວົນ ແລ້ວມາໂຮງໝໍກວດບໍ່ພົບ, ຖ້າເປັນໝໍປະຈຳທີ່ເຂົາໄວ້ໃຈມັນກະອາດຈະໂອເຄ, ແຕ່ຖ້າເປັນໝໍທົ່ວໄປເດະ ? ເຂົາຈະເຊື່ອຫວາ ? ແລ້ວ ມີິບາງກໍລະນີ ໝໍກວດວ່າພົບໂລກຫົວໃຈ, ແຕ່ໂມງພັດບໍ່ບອກວ່າເປັນ, ແລ້ວຄົນໄປເຊື່ອໂມງ, ສຸດທ້າຍຕາຍຍ້ອນໂລກຫົວໃຈ ມັນກະເຮັດໃຫ້ມີບັນຫາຕາມມາອີກ.

ສະຫຼຸບ: ເອົາງ່າຍໆຄືນະວັດຕະກຳທີ່ຍົກລະດັບໂມງເພື່ອສຸຂະພາບໄປອີກກ້າວໜຶ່ງ, ໃຫ້ມີຄວາມທັນສະໃໝ ແລະ ມີຟັງຊັ້ນໄຊ້ງານຫຼາກຫຼາຍ, ສາມາດກວດຫົວໃຈໃນຂັ້ນພື້້ນຖານໄດ້, ແຕ່ຖ້າຖາມວ່າ ມັນໃຊ້ແທນເຄື່ອງກວດຫົວໃຈໃນໂຮງໝໍບໍ່? ຕອບເລີຍວ່າບໍ່ໄດ້,​ ມັນພຽງແຕ່ກວດແບບພຶ້້ນຖານເທົ່ານັ້ນ,​ ທາງທີ່ດີເຮົາກະໄດ້ໄປກວດສຸຂະພາບຢູ່ໂຮງໝໍເປັນປະຈຳທຸກປີຄືເກົ່າ.

ສຸດທ້າຍ: ຟັງຊັ້ນກວດໂລກຫົວໃຈນີ, ຍັງເປີດໃຊ້ພຽງແຕ່ຢູ່ປະເທດອາເມລິກາ, ສ່ວນປະເທດອຶ່ນໆແມ່ນຈະຍັງໄຊ້ບໍ່ໄດ້ເທື່ອ, ທາງ apple ໄດ້ອອກມາຊີ້ແຈງວ່າ ກ່ອນຈະໃຊ້ໄດ້ໃນປະເທດອຶ່ນໆ ຈະຕ້ອງໄດ້ຂໍອະນຸຍາດ ຈາກກະຊວງສາທາລະນະສຸກແຕ່ລະປະເທດໃຫ້ຜ່ານກ່ອນ ຄ່ອຍສາມາດນຳໃຊ້ຟັງຊັ້ນນີ້ໄດ້ໃນປະເທດນັ້ນໆ.. ໄປລະ..​ໄວ້ເທື່ອໜ້າມີຫຍັງໃໝ່ໆ ຈະເອົາມາຂຽນໃຫ້ອ່ານຫຼີ້ນໆອີກ ຂອບໃຈທີ່ອ່ານ, ຂໍຮ້ອງລະ, ບາງເພສ ກ໋ອບປີ້ ບົດຄວາມໄປກະເຫັນໃຈຜູ້ຂຽນແນ່ ຢ່າງໜ້ອຍໃສ່ເຄຼດິດໃຫ້ກະຍັງດີ, ເຫັນຫຼາຍໂພສລະ ກ໋ອບໄປປ່ຽນຄຳເວົ້າໃສ່ເປັນຂອງໂຕເອງເສີຍ, ຈົນເມື່ອຍນຳໄປ report.

 
 
 

Comments


© 2018 by SPVservices. 

  • b-facebook
  • Instagram Black Round
  • YouTube Social  Icon
bottom of page