ຖ້ຳກອງລໍ່ Kong Lor cave
- Oley SPV

- Aug 6, 2018
- 1 min read
Updated: Aug 7, 2018
ຖ້ຳກອງລໍ່, ເປັນອີກສະຖານທີ່ໜຶ່ງທີ່ໂດ່ງດັງ ແລະ ສ້າງຊື່ສຽງໃຫ້ແກ່ປະເທດລາວ, ເພາະເປັນຖ້ຳນ້ຳລອດທີ່ຍາວ 7 ກວ່າກິໂລແມັດ, ແລະ ມີປ່າປົກຫຸ້ມ ຂຽວງາມຕະຫຼອດປີ !

ຖ້ຳກອງລໍ່ ຕັ້ງຢູ່ເມືອງຄູນຄຳ ແຂວງຄຳມ່ວນ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 300 ປາຍກິໂລ. ເມື່ອຂັບລົດຈາກນະຄອນຫຼວງວຽງຈັນໄປປະມານ 250 ກິໂລຈະຮອດທາງແບ່ງຫຼັກຊາວ, ຫຼັງຈາກນັ້ນ ລ້ຽວຊ້າຍໄປທາງຫຼັກຊາວເຂົ້າໄປ, ຢ່າລືມແວ່ຈຸດຊົມວິວຜາໜາມໜໍ່ເຊິ່ງເປັນວິວມຸມສູງ ແລະ ເປັນບ່ອນພັກລົດທີ່ຂື້ນພູມາຍາວນານ.

ລົງຈາກຈຸດຊົມວິວໄປ ຈະເຈິ 3 ແຍກອີກ, ຈະມີປ້າຍບອກ, ໃຫ້ລ້ຽວຂວາແລ້ວຂັບໄປເລື້ອຍໆຜ່ານໝູ່ບ້ານ ແລະ ທົ່ງນາຂຽວ(ຖ້າໄປຖືກລະດູການເຮັດນາ)

ສຸດທ້າຍກໍ່ມາຮອດ ຈະເປັນໝູ່ບ້ານນ້ອຍໆ ມີເຮືອນພັກ ລວມຮ້ານອາຫານແບບນ້ອຍໆ ແຕ່ອົບອຸ່ນ.

ຄຳເຫັນຈາກຜູ້ຂຽນ
ມັນບໍ່ແມ່ນສະຖານທີ່ພັກຜ່ອນແບບວັງວຽງ,ແບບຫຼວງພຣະບາງ, ທີ່ມີຮ້ານບັນເທິງ ຮ້ານເຫຼົ້າຮ້ານເບຍ.. ສຳລັບຖ້ຳກອງລໍ່ແລ້ວ ມັນເປັນສະຖານທີ່ຂອງຄົນທີ່ມັກພັກຜ່ອນ, ເພາະກາງຄືນງຽບສະຫງັດ, ບໍ່ມີສຽງແຊວ, ບໍ່ມີສຽງເສບດັງ, ບໍ່ມີສຽງແຂ່ງລົດ, ບໍ່ມີວົງເຫູົ້າ, ບໍ່ມີຮ້ານບັນເທິງ... ມັນເປັນສະຫວັນຂອງຄົນທີ່ໜີຄວາມວຸ້ນວາຍ ແລະ ໄປພັກຜ່ອນຢ່າງແທ້ຈິງ.
ຫຼັງຈາກພັກຜ່ອນແລ້ວ ເຮົາກໍ່ເດີນທາງໄປຫາຖ້ຳ, ຂີ່ລົດໄປອີກປະມານ 1 ກິໂລແມັດ ກໍ່ຈະມີບ່ອນຈອດລົດ, ຄ່າຝາກລົດປະມານ 3000 ກີບ ແລະ ຈະເຈິປະຕູທາງເຂົ້າ

ສຳລັບຄ່າບໍລິການ ແລະ ກິດຈະກຳ
ຄ່າບໍລິການສຳລັບຄົນລາວເຂົ້າໄປ 2000 ກີບຕໍ່ຄົນ, ແລະ ຕ່າງປະເທດປະມານ 5000 ກີບ ບໍ່ລວມຄ່າຂີ່ເຮືອ. ຖ້າໃຜຢາກຂີ່ເຮືອແມ່ນລຳໜຶ່ງປະມານ 100,000-130,000 ກີບໃນການເໝົາລຳເຮືອ ເຊິ່ງຂີ່ໄດ້ປະມານ 3 ຄົນ ໃນນັ້ນຈະມີເສື້ອຊູຊີບ ແລະ ໂຄມໄຟໃສ່ຫົວໄວ້ແຍງທາງ.

ເວລາຍ່າງຜ່ານປ່າ
ບາງຄັ້ງໄດ້ຍິນສຽງນົກ, ສຽງທະນີ, ສຽງບ່າງ... ຕອນເວລາເຮົາຍ່າງຜ່ານປ່າໄມ້ເຫຼົ່ານີ້, ມັນຂ້ອນຂ້າງຍັງອຸດົມສົມບູນຢູ່ ງຽບສະຫງັດ ຈົນບາງຄົນຮູ້ສຶກຢ້ານ




ຖ້າເຮົາມາໃນຍາມແລ້ງ, ເຮົາຈະເຫັນຂົວໄມ້ໃຜ່ຍ່າງຂ້າມນ້ຳເພື່ອໄປອີກຟາກ ແລະ ເຂົ້າໄປໃນປາກຖ້ຳໄປຂື້ນເຮືອຢູ່ໃນ, ຢູ່ບໍລິເວນຍ່າງຜ່ານນັ້ນ ຈະມີປາຢ່າງຫຼາຍໃຫ້ຊົມ ແລະ ສາມາດຊື້ອາຫານມາເກືອປາໄດ້



ປາທີ່ອາໄສແຖວປາກຖ້ຳເປັນປາທີ່ອະນຸລັກ, ຖ້າຜູ້ໄດຫາ, ຜູ້ນັ້ນຈະຖືກປັບໄໝໂຕລະ 100,000 ກີບ ເຮົາສາມາດຊື້ອາຫາມາເກືອໄດ້ມັນຈະມີເຂດເກືອປາຢູ່ໜ້າຖ້ຳ

ໃນການເຊົາເຮືອນັ້ນເຂົາຈະໄລ່ປະມານລຳລະ 100,000-130,000 ກີບ ເຊິ່ງຂີ່ໄດ້ປະມານ 3 ຄົນຈະມີເສື້ອຊູຊີບ ແລະ ໂຄມໄຟຕິດຫົວໃຫ້ພ້ອມ

ເຊີ່ງຕອນຂີ່ເຮືອນັ້ນທາງໄນຂ້ອນຂ້າງມືດ, ບໍ່ຄ່ອຍໄດ້ເຫັນຫຍັງ, ໃຜມີໂຄມໄຟໃຫ່ຍໆ ແຈ້ງໆ ແນະນຳໃຫ້ເອົາໄປນຳ ເພາະຈະໄດ້ເຫັນບັນຍາກາດພາຍໃນຖ້ຳ, ລະອີກອາລົມໜຶ່ງຄືຈັ່ງກຳລັງແຂ່ງເຮືອກັນ, ເພາະທາງໃນຖ້ຳສຽງຈະກ້ອງດັງ ຖ້າໄປຖືກຕອນນ້ຳແຫ້ງ ຈະໄດ້ລົງຍ່າງບາງຊ່ວງໃນຖ້ຳ

ໃນທີ່ສຸດກໍ່ອອກມາຮອດອີກຟາກໜຶ່ງ, ການເດີນທາງຂ້າມມາຟາກນີ້ຈະໃຊ້ເວລາປະມານ 40-50 ນາທີຖ້າເລາະເບິ່ງຫີນຍ້ອຍນັ້ນດົນກະຈະໄຊ້ເວລາປະມານ 1 ຊົ່ວໂມງ.

ເມືອຂື້ນມາຝັ່ງ, ຈະມີຮ້ານຂອງບັນດາພໍ່ແມ່ພີ່ນ້ອງ ໝູ່ບ້ານຟາກນີ້, ຈະມີຂາຍເຄື່ອງທີ່ລະນຶກ, ແຜ່ນແພ, ສິ້ນ, ຂາຍນ້ຳ, ຂາຍເຂົ້າປຽກ.... ເຊິ່ງເຮົາສາມາດນັ່ງພັກຜ່ອນ, ຊື້ເຄື່ອງທີ່ລະນຶກຕິດໄມ້ຕິດມືກັບບ້ານໄດ້

ສະຫຼຸບ:
ສຳລັບຄົນທີ່ຕ້ອງການພັກຜ່ອນແທ້ໆ ແນະນຳໃຫ້ມາທີ່ຖ້ຳກອງລໍ່ໄດ້, ເພາະທຸກຢ່າງຢູ່ທີ່ນີ້ແມ່ນຍັງເປັນທຳມະຊາດຫຼາຍ ບໍ່ຄ່ອຍວຸ້ນວາຍຄືຢູ່ທີ່ອື່ນ, ຄ່ຳມາກິນເຂົ້າລະກະນອນພັກຜ່ອນ, ກຽມພ້ອມລຸຍກິດຈະກຳໃນວັນຕໍ່ໄປ. ຖ້າໃຜຄິດຈະມາແນະນຳໃຫ້ມາຊ່ວງເດືອນ 10 ຫາເດືອນ 2 ຈະເປັນຊ່ວງຍາມໜາວ ບັນຍາກາດຈະຄັກ ແລະ ລະດັບນ້ຳກໍ່ພໍດີ, ແຕ່ຖ້າມາຍາມຝົນຈະໄດ້ເຫັນທົ່ງນາຂຽວທັງສອງຟາກທາງ, ແຕ່ຈະເຂົ້າຖ້ຳບໍ່ໄດ້ເພາະນ້ຳຈະເຕັມປາກຖ້ຳ. ຖ້າມາກາຍເດືອນ 3 ລະດັບນ້ຳຈະໜ້ອຍ ເຮັດໃຫ້ຂີ່ເຮືອລຳບາກ.
ສຸດທ່້າຍນີ້ຂໍຝາກສອງຮູບເພື່ອປຽບທຽບລະຫວ່າງຍາມຝົນ ກັບ ຍາມແລ້ງບັນຍາກາດສອງຟາກທາງ


ທັງໝົດນີ້ເປັນການລີວິວແບບບ້ານໆ ຂອງຂ້ອຍທີ່ໄດ້ໄປ ອາດຈະບໍ່ແມ່ນນັກລີວິວມືອາຊີບ ຂາດຕົກບົກຜ່ອງປະການໄດຕ້ອງຂໍອະໄພມານະໂອກາດນີ້ດ້ວຍ, ຂໍຂອບໃຈທີ່ອ່ານຈົນຈົບ ໄວ້ໂອກາດໜ້າຈະມາລີວິວສະຖານທີ່ອຶ່ນຕໍ່.
ຂຽນໂດຍ: ສອນໄຊ ພົງສະຫວັດ (Oley SPV)





Comments