top of page
Search

ເບິ່ງທະເລໝອກທີ່ສາລາຄຳ ພູຄູນ

  • Writer: Oley SPV
    Oley SPV
  • Aug 6, 2018
  • 1 min read

Updated: Aug 7, 2018

ຊ່ວງທ້າຍປີ,​ ໃຜທີ່ມັກອາກາດແບບໜາວໆ ເຢັນໆ ຄາງກະໄຕສັ່ນ..​ ແນະນຳມາເບິ່ງຊົມທະເລໝອກທີ່ສາລາຄຳພູຄູນນຳກັນ


ເວລາຕອນເຊົ້າປະມານ 6 ໂມງປາຍ 20 ທີ່ສາລາຄຳພູຄູນ

ໄກ້ເຂົ້າມາແລ້ວກັບຊ່ວງທ້າຍປີ,​ ທ້າຍປີນີ້ບໍ່ຮູ້ຈະໄປໃສ ເຮົາຂໍແນະນຳອີກສະຖານທີ່ໜຶ່ງທີ່ມາແນະນຳ ນັ້ນກະແມ່ນສາລາຄຳພູຄູນ, ເຊິ່ງບັນຍາກາດບອກເລີຍວ່າ ງານນີ້ມີສົບແຫຼ້ ສົບກ່ຳແນ່ນອນ ກັບອຸນຫະພູມທີ່ເຢືອກເຢັນ ລົມພັດຕະຫຼອດໝົດມື້.

ໜີຄວັນລົດ,​ ຄວາມວຸ້ຍວາຍ ເກັບກະເປົາຂີ່ລົດໄປນອນກາງເຕັ້ນ ເບິ່ງດາວ, ເບິ່ງທະເລໝອກກັນດີກວ່າ

ສາລາຄຳພູຄູນ ຫ່າງຈາກນະຄອນຫຼວງວຽງຈັນໄປທາງເລກ 13 ເໜືອປະມານ 250 ກິໂລແມັດ, ເຊິ່ງຕັ້ງຢູ່ເມືອງພູຄູນ, ແຂວງ ຫຼວງພຣະບາງ. ໃຊ້ເວລາປະມານ 5 ຊົ່ວໂມງໃນການໄປເຖິງ. ພູຄູນເປັນສະຖານທີ່ທີ່ອາກາດດີ,​ ໜາວເຢັນຕະຫຼອດປີ ອຸນຫະພູມສະເລ່ຍຕໍ່ປີ ບໍ່ກາຍຮອດ 25 ອົງສາ.


ໄປຮອດ ລະຫວ່າງທາງຢ່າລືມຫາຊື້ຂອງກິນ ໄປເຮັດກິນ ຢາກກິນຫຍັງກໍ່ຊື້ໄປ


ເມື່ອໄປຮອດກໍ່ກະກຽມຫາສະຖານທີ່ທີ່ເໝາະສົມ,​ ກາງເຕັ້ນ ແລ້ວ ຫາມຸມທີ່ນັ່ງຈຸ້ມກັນເປັນໝູ່ຄະນະຫຼິ້ນໄດ້,​ ຕ້ອງຢ້ຳເລີຍວ່າອາກາດມັນເຢັນຫຼາຍ, ສະນັ້ນເຮົາຄວນຫາເສື້ອຜ້າໜາໆ ອຸ່ນໆມານຸ່ງ ແລະ ຫາແນວບັງລົມໄປນຳຍິ່ງດີ ເພາະລົມພັດແຮງຫຼາຍ ຂໍຢ້ຳວ່າແຮງສຸດໆ ແລະ ກະໜາວສຸດໆ


ອ່ານຕໍໄວໆນີ້

 
 
 

Comments


© 2018 by SPVservices. 

  • b-facebook
  • Instagram Black Round
  • YouTube Social  Icon
bottom of page